ຮສສ ຫ້າມຈັດຫາງານໄປຕ່າງປະເທດ ບໍ່ໄດ້ຮັບອານຸຍາດ ຈະຖືກປັບໄໝທັນທີ
ຮສສ ຫ້າມX ຈັດຫາງານໄປຕ່າງປະເທດໂດຍບໍ່ໄດ້ຮັບອານຸຍາດ ພິເສດ ສ. ເກົາຫລີ ລະເມີດ ປັບໄໝ 10 ລ້ານກີບ ພ້ອມໃສ່ໂທດຕາມກົດໝາຍ ເນື່ອງຈາກໃນໄລຍະຜ່ານມາ ມີຫຼາຍຫົວຫນ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດອື່ນ ແຕ່ບໍ່ໄດ້ຮັບ ອະນຸຍາດໃຫ້ເຄື່ອນໄຫວບໍລິການຈັດຫາງານ ໄດ້ເຄື່ອນໄຫວໂຄສະນາຂົນຂວາຍຈັດຫາງານ ໃຫ້ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດ ສ.ເກົາຫຼີ ຊຶ່ງໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ ລວມທັງສ້າງຄວາມຫຍຸ້ງຍາກໃຫ້ແກ່ອົງການຄຸ້ມຄອງວຽກງານແຮງງານ, ແຮງງານທີ່ຖືກຈັດສົ່ງໄປບໍ່ໄດ້ຮັບການຄຸ້ມຄອງ, ເປັນແຮງງານທີ່ຜິດກົດຫມາຍ, ຖືກຂູດຮີດແຮງງານ, ສ່ຽງຕໍ່ການຖືກຄ້າມະນຸດ, ເສຍຄ່າບໍລິການສູງເກີນຄວາມເປັນຈິງ, ບາງຄົນຈ່າຍເງິນ ແລ້ວບໍ່ໄດ້ໄປເຮັດວຽກ ເຫຼົ່ານີ້ເປັນຕົ້ນ. ການເຄື່ອນໄຫວບໍລິການຈັດຫາງານໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດຕໍ່ລະບຽບການທີ່ກ່ຽວຂ້ອງ. ບຸກຄົນ ຫຼືນິຕິບຸກຄົນໃດທີ່ ເຄື່ອນໄຫວບໍລິການຈັດຫາງານໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດຫມາຍ…